

ສິດໃນການຮ້ອງຮຽນ
ສິດໃນການຮ້ອງຮຽນ
ກໍລະນີ”ການຮ້ອງຮຽນຕໍ່ຜູ້ໃຫ້ບໍລິການໂດຍຕົງ”
ກໍລະນີ”ຮ້ອງຮຽນຕໍ່ສຳນັກຮັບເລື່ອງຮ້ອງຮຽນແລະຄຸ້ມຄອງຜູ້ບໍລິໂພກໃນກິດຈະການໂທລະຄົມມະນາຄົມ (ຣທ.)ສຳນັກງານ ກສທຊ.”
ກໍລະນີ”ການຮ້ອງຮຽນຕໍ່ຜູ້ໃຫ້ບໍລິການໂດຍຕົງ”
- ກໍລະນີທີ່ຜູ້ບໍລິໂພກໄດ້ຮັບຄວາມເສຍຫາຍຢື່ນເລື່ອງຮ້ອງຮຽນຕໍ່ຜູ້ໃຫ້ບໍລິການ ຜູ້ໃຫ້ບໍລິການຕ້ອງອອກຫນັງສືແຈ້ງການຮັບເລື່ອງຮ້ອງຮຽນ ພ້ອມແຈ້ງສິດໃຫ້ຜູ້ຮ້ອງຮຽນຮູ້ພາຍໃນ 7 ມື້
- ຖ້າຜູ້ໃຫ້ບໍໍລິການກວດເລື່ອງຮ້ອງຮຽນ ປາກົດວ່າເລື່ອງຮ້ອງຮຽນບໍ່ມີມູນຄວາມຈິງ ຜູ້ໃຫ້ບໍລິການຕ້ອງເຮັດຫນ້າສືແຈ້ງໃຫ້ກັບຜູ້ຮ້ອງຮຽນຮູ້ພາຍໃນ 14 ມື້ ພ້ອມສະແດງເຫດຜົນທີ່ບໍ່ຮັບພິຈາລະນາເລື່ອງຮ້ອງຮຽນແລະແຈ້ງສິດໃນການຮ້ອງຮຽນຕໍ່ ກສທຊ.ແລະຫນ່ວຍງານອື່ນ ໂດຍລະບຸສະຖານທີ່ຕິດຕໍ່ແລະຫມາຍເລກໂທລະສັບຂອງຫນ່ວຍງານນັ້ນໆໃຫ້ຮູ້ໂດຍຊັດເຈນ
- ແຕ່ຫາກຜູ້ຮ້ອງຮຽນຍັງຄົງເຫັນວ່າເລື່ອງຮ້ອງຮຽນມີມູນຄວາມຈິງ ເປັນສາລະ ຫລືສົມເຫດສົມຜົນ ຜູ້ຮ້ອງຮຽນສາມາດສົ່ງເລື່ອງໃຫ້ ກສທຊ.ພິຈາລະນາແລະ ຣທ.ຈະເປັນຜູ້ແຈ້ງຜົນການພິຈາລະນາໃຫ້ຜູ້ຮ້ອງຮຽນແລະຜູ້ໃຫ້ບໍລິການຮູ້ພາຍໃນ 14 ມື້ແລະຖ້າຜົນປາກົດວ່າເລື່ອງຮ້ອງຮຽນມີມູນຄວາມຈິງ ໃຫ້ຜູ້ໃຫ້ບໍລິການດຳເນີນການແກ້ໄຂຕໍ່ໄປ
- ຜູ້ໃຫ້ບໍລິການຕ້ອງແກ້ໄຂຂໍ້ຮ້ອງຮຽນໃຫ້ແລ້ວພາຍໃນ 30 ມື້ ຍົກເວັ້ນແຕ່ມີເຫດສຸດວິໄສ ບໍ່ອາດດຳເນີນການໃຫ້ແລ້ວ ຈະຕ້ອງແຈ້ງຄວາມຄືບຫນ້າແລະກຳຫນົດເວລາທີ່ອາດຈະດຳເນີນການໃຫ້ແລ້ວທຸກ 10 ມື້
- ກໍລະນີຜົນການເຈລະຈາລະຫວ່າງຜູ້ໃຫ້ບໍລິການແລະຜູ້ຮ້ອງຮຽນບໍ່ໄດ້ຂໍ້ຍຸຕິ ບໍ່ວ່າທັງຫມົດຫລືບາງສ່ວນຜູ້ໃຫ້ບໍລິການຕ້ອງສະເຫນີລາຍງານຂະບວນການແກ້ໄຂບັນຫາເລື່ອງຮ້ອງຮຽນ ບັນທືກການເຈລະຈາລາຍລະອຽດພະຍານຫລັກຖານທັງຫມົດໃຫ້ ຣທ.ຮູ້ພາຍໃນ 3 ມື້ ນັບຈາກມື້ທີ່ມີການເຈລະຈາຕົກລົງສຳເລັດ ເພື່ອນຳເຂົ້າສູ່ຂະບວນການພິຈາລະນາເລື່ອງຮ້ອງຮຽນແລະລະງັບຂໍ້ພິພາດໂດຍ ກສທຊ.ຕໍ່ໄປ
ກໍລະນີ”ຮ້ອງຮຽນຕໍ່ສຳນັກຮັບເລື່ອງຮ້ອງຮຽນແລະຄຸ້ມຄອງຜູ້ບໍລິໂພກໃນກິດຈະການໂທລະຄົມມະນາຄົມ (ຣທ.)ສຳນັກງານ ກສທຊ.”
- ກໍລະນີຜູ້ບໍລິໂພກທີ່ໄດ້ຮັບຄວາມເດືອນຮ້ອນເສຍຫາຍຢື່ນເລື່ອງຮ້ອງຮຽນຕໍ່ ຣທ.ຫລັງຈາກ ຣທ.ກວດສອບແລະຮັບເລື່ອງຮ້ອງຮຽນແລ້ວ ຣທ.ຕ້ອງອອກຫນັງສືແຈ້ງການຮັບເລື່ອງຮ້ອງຮຽນ ໃຫ້ແກ່ຜູ້ຮ້ອງຮຽນຮູ້ພາຍໃນ 7 ມື້
- ໃຫ້ ຣທ.ດຳເນີນການແກ້ໄຂຂໍ້ຮ້ອງຮຽນລະຫວ່າງຜູ້ຮ້ອງຮຽນແລະຜູ້ໃຫ້ບໍລິການ ໃຫ້ແລ້ວພາຍໃນ 30 ມື້
- ກໍລະນີທີ່ໄດ້ຂໍ້ຍຸຕິໃຫ້ ຣທ.ໃຫ້ຄວາມຊ່ວຍເຫລືອແກ່ຄູ່ກໍລະນີທັງ 2 ຝ່າຍໃນການເຮັດສັນຍາປານີປານອມຄວາມ
- ກໍລະນີບໍ່ໄດ້ຂໍ້ຍຸຕິ ໃຫ້ ຣທ.ສະຫລຸບຂໍ້ເທັດຈິງ ພະຍານຫລັກຖານ ແລະຂໍ້ພິຈາລະນາສະເຫນີຕໍ່ກຳມະການສະຖາບັນວິນິໄສແລະນຳສະເຫນີຕໍ່ ກສທຊ.ເພື່ອພິຈາລະນາຕໍ່ໄປ
- ເລື່ອງຮ້ອງຮຽນດັ່ງຕໍ່ໄປນີ້ ຣທ.ຈະບໍ່ຮັບໄວ້ພິຈາລະນາແລະຈະເຮັດການແຈ້ງຜູ້ຮ້ອງຮຽນຕໍ່ໄປ
- ເລື່ອງທີ່ຢູ່ລະຫວ່າງການດຳເນີນການຂອງຜູ້ໃຫ້ບໍລິການ
- ເລື່ອງທີ່ຜູ້ໃຫ້ບໍລິການໄດ້ແກ້ໄຂບັນຫາຈົນຜູ້ຮ້ອງຮຽນພໍໃຈແລ້ວ
- ເລື່ອງທີ່ ກສທຊ.ໄດ້ວິນິໄສຫລືລະຫງັບຂໍ້ພິພາດແລ້ວຫລືຢູ່ລະຫວ່າງການພິຈາລະນາອຸທອນ
- ເລື່ອງທີ່ຢູ່ລະຫວ່າງການພິຈາລະນາຄະດີໃນສານ
Tags: ສິດໃນການຮ້ອງຮຽນ
ສິດໃນການຮ້ອງຮຽນ
Visitor